ຊົມເຊີຍ! ບ່າວວິນ ໝໍນິດ ແລະ ເຈ້ນາງ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນຝົນໝາກເຫັບຕົກໜັກ ລວມມູນຄ່າ 411,000,000 ລ້ານກີບ
ເມື່ອວັນທີ 22 ມີນາ 2026 ຜ່ານມາ ໄດ້ເກີດພາຍຸລະດູຮ້ອນຈົນໝາກເຫັບຕົກໜ່ວຍໃຫຍ່ ສົ່ງຜົນເຮັດໃຫ້ຫຼາຍຄົວເຮືອນໃນນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະແມ່ນທີ່ຢູ່ອາໄສຂອງປະຊາຊົນ ເຮືອນເສຍຫາຍຫຼາຍຫຼັງ. ຕໍ່ກັບເຫດການດັ່ງກ່າວ ຫຼາຍຄົນທີ່ມີຊື່ສຽງທາງສັງຄົມອອນລາຍ ຫຼື ເປັນຄົນທີ່ຫຼາຍໆຄົນຮູ້ຈັກ ໄດ້ອອກມາສະແດງຄວາມເສຍໃຈ ແລະ ພ້ອມໃຈກັນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ. ບໍ່ວ່າຈະເປັນ ບ່າວວິນ ຫຼື Win William ໜຸ່ມທຸລະກິດລາວ ທີ່ຫຼາຍຄົນຮູ້ຈັກກັນດີ ບໍ່ວ່າປະຊາຊົນລາວຈະພົບພໍ້ກັບບັນຫາຫຍັງ ກໍບໍ່ເຄີຍລືມທີ່ຈະຊ່ວຍເຫຼືອ ແລະ ຄັ້ງນີ້ ກໍໄດ້ຊ່ວຍເຫຼືອບໍລິຈາກໃຫ້ປະຊາຊົນຈຳນວນເງິນ 200,000,000 ລ້ານກີບ. ພ້ອມກັນນີ້ ຍັງສະແດງຄວາມເສົ້າເສຍໃຈ ຄວາມເຫັນອົກເຫັນໃຈ ທີ່ສະແດງອອກມາດ້ວຍຄວາມຈິງໃຈ.
ນອກຈາກນີ້ ຍັງມີ Dr.Nith ຫຼື ໝໍນິດ ທີ່ຫຼາຍຄົນກໍອາດຈະຮູ້ຈັກເປັນຢ່າງດີ ເຊິ່ງຜ່ານມາກໍໄດ້ຊ່ວຍເຫຼືອປະຊາຊົນຍາມພົບກັບວິກິດຕ່າງໆ ແລະ ຄັ້ງນີ້ກໍໄດ້ເປັນສ່ວນໜຶ່ງໃນການຊ່ວຍບໍລິຈາກໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ເຊັ່ນດຽວກັນ ຈຳນວນເງິນ 100,000,000 ລ້ານກີບ ເຊິ່ງຈະຊ່ວຍ 5,000,000 ຕໍ່ຄົວເຮືອນ, ພ້ອມກັນນີ້ ແມ່ນຈະຊ່ວຍເຫຼືອເຮືອນທີ່ມີຜູ້ເຖົ້າ ຫຼື ຜູ້ທີ່ຊ່ວຍເຫຼືອໂຕເອງບໍ່ໄດ້ເປັນອັນດັບທຳອິດ.
ພ້ອມກັນນີ້, ຍັງມີ ນາງພໍໃຈ ຫຼື ເຈ້ນາງ ພໍໃຈ ທີ່ຫຼາຍຄົນຮູ້ຈັກເຊັ່ນດຽວກັນ ໂດຍໄດ້ຊ່ວຍເຫຼືອ ຈຳນວນເງິນ 111,000,000 ລ້ານກີບ ແລະ ພິເສດສຸດ ແມ່ນເປັນວັນຄ້າຍວັນເກີດຄົບຮອບ 44 ປີ ຂອງເຈ້ນາງ ຈຶ່ງຂໍໂອກາດນີ້ ສ້າງບຸນກຸສົນໄປພ້ອມໆກັບການຊ່ວຍເຫຼືອຜູ້ປະສົບໄພອີກດ້ວຍ.