ສົມຄວນແລ້ວບໍ? ທີ່ຄົນໆໜຶ່ງຈະຖືກກະແສສັງຄົມຈົມຕີ,ດ່າ,ສາບແຊ່ງ ຈົນລາວບໍ່ເປັນຫລັບເປັນນອນ ຈົນລາວຊີເສຍຄົນແລ້ວພວກເຈົ້າເອີຍ ຄັນມັນລາມໄປຮອດຂັ້ນລາວຄິດສັ້ນ ຂຕຕ ແດ້ເຮົາກະມີສ່ວນເຮັດໃຫ້ເຂົາເປັນແບບນັ້ນໃດ໋ ອອກຄວາມຄິດເຫັນໃດ້ແຕ່ຢາກສາບແຊ່ງໃຫ່ເຂົາໄປຕຸຍນີ້ນັ້ນ,ຈັ່ງໃດເຫດການຄັ້ງນີ້ເຮົາບໍ່ມີສ່ວນໄດ້ສ່ວນເສຍກັບເຂົາຢູ່ແລ້ວ ພຽງແຕ່ເປັນເຫດການທີ່ບໍ່ຖືກໃຈເຮົາຊື່ໆ ປ່ອຍລາວໄປເທາະ. ຄົນລາວເຮົາມີຄວາມເຊື່ອວ່າຄັນໃຜເປັນຄົນບາບໃຈບໍ່ດີຢາກໄດ້ຂອງເຂົາມາເປັນຂອງຕົນຖ້າຫາກເວນກຳມັນມີຈີງຄົນໆນັ້ນມັນຊີໄດ້ຮັບເອງດອກບໍ່ໄວກະຊ້າ ສຳຫລັບຂ້ອຍແລ້ວເຫັນຄົນໆໜື່ງຮ້ອງໃຫ້ປານນີ້ຂ້ອຍບູລີ່ບໍ່ລົງລະ ສຸດທ້າຍກະຂໍເປັນກຳລັງໃຈໃຫ້ທັງສອງຝ່າຍຜ່ານພົ້ນເລື່ອງນີ້ໄປດ້ວຍດີເດີ

ຈາກ Live ໃໝ່ອາດຈະໃຊ້ຄຳເວົ້າບໍ່ເປັນສື່ສານເຮັດໃຫ້ບາງຄົນບໍ່ເຂົ້າໃຈ ເກີດການບູລີ້ສຳນຽງພາສາ ຂໍໂທດທີ່ມັນບໍ່ຖືກໃຈທຸກຄົນ ຄົນໃກ້ໂຕຈະຮູ້ດີວ່າເຮົາເປັນຄົນເວົ້າສຳນຽງແບບນີ້ບໍ່ໄດ້ແອັບ ຫຼື ຕໍ່ແຫຼ ແລະ ຂໍຊີ້ແຈ້ງໂພດນີ້ເປັນໂພດສຸດທ້າຍໃນມຸມຂອງໄຫມເອງເພື່ອປົກປ້ອງໂຕເອງຈາກຄວາມບໍ່ຈິງທີ່ສື່ສັງຄົມໄດ້ກ່າວຫາ!
1 ເລື້ອງລົດ: ລົດ Benz ເປັນລົດຂອງໃຫມ່ເອງ ທີ່ຊື້ຕັ້ງແຕ່ປີ 2023 ບໍ່ເຂົ້າໃຈເປັນຫຍັງທາງຝ້າຍນັ້ນຈື່ງໂຍ່ງກ່າວຫາວ່າເຮົາເອົາລົດຂອງທາງເພີ່ນມາໃຊ້ ຫຼືຍ້ອນເປັນຢີ່ຫໍ້ດຽວກັນບໍ ວອນສັງຄົມຊ່ວຍໄຕຕອງຖີ່ຖ້ວນເຮົາບໍ່ມີສິດໃຊ້ລົດຢີ່ຫໍ້ນີ້ເລີຍບໍ ( ຮູບເອກເສານລົດທຸກຍ່າງແປະຂ້າງລຸ່ມ ຫວັງວ່າຈະກ້ຈ່າງແຈ້ງເລື່ອງນີ້ )
2 ເລື້ອງແຫວນ : ແຫວນຄືແຫວນຂອງໃຫມ່ ກ້າສາບານວ່າບໍ່ໄດ້ເອົາຂອງຜູ້ ຕ ມາເປັນຂອງໂຕເອງ ໃຫ້ພາກັນສັງເກດໃຫ້ດີ ຫົວມັນອາດຈະຄ້າຍຄື ແຕ່ຂອບແຫວນມັນບໍ່ຄືກັນຄົນລະລາຍ ຄົນທາງນັ້ນຄວນທີ່ຈະຮູ້ດີວ່າລວດລາຍຊົງຝ້າຍໂຕເອງເປັນແບບໃດ ເຊີ່ງມັນບໍ່ໄດ້ຄືກັນເລີຍ ແລະ ແຫວນແບບນີ້ບໍ່ໄດ້ມີວົງດຽວໃນລາວ ຄົນໃສ່ກັນທົ່ວບ້ານເມືອງ ຢ່າໃຊ້ອັກຄະຕິມາຕັດສິນພຽງຍ້ອນວ່າມັນເປັນຂ້ອຍ ຕາມຂ້ອຍແປະຮູບໄວ້ລູ່ມນີ້ເລີຍ ຂ້ອຍບໍລິສຸດໃຈຈິງ ເປັນຄົນຊື້ເອງກັບມື ຢູ່ Parksun ( ບໍ່ຂໍພາດພິງຮ້ານ )
3 ເລື້ອງຂາຍລົດ : ກໍຕາມທາງ ອ້າຍ ນົບພະລັດ ແຈ້ງໄປ ທາງລາວໄດ້ຂໍໃຫ້ໂພດຊ່ວຍປະເມີນ ເຮົາກໍໂພດຕາມທີ່ລາວບອກ
4ເລື້ອງໝັ້ນ: ຄົນອື່ນອາດຈະວ່າໄວ ສຳລັບເຮົາ ມັນບໍ່ມີຍັງມາເປັນໂຕວັດໄດ້ວ່າຈັກເດືອນຈັກປີເຖິງຈະເໝາະສົມ ບໍ່ມີໃຜມາກຳນົດວ່າຕ້ອງໃຊ້ໄລຍະເວລາສຳໃດ ຄວາມຮູ້ສຶກເປັນເລື້ອງລະອຽດອ່ອນຖ້າບໍ່ເຈິກັບໂຕເອງບໍ່ມີໃຜຮູ້ ບໍ່ຢາກໃຫ້ທຸກຄົນຕັດສິນຄົນອື່ນດ້ວຍຕັກກະຄວາມຄິດຂອງໂຕເອງ
5 ເລື່ອງຮູ້ຈັກກັບຝ້າຍນັ້ນ : ເຮົາບໍ່ໄດ້ຮູ້ຈັກກັນມາກ່ອນ ບໍ່ແມ່ນສ່ຽວກັນ ຕາມສັງຄົມກ່າວຫາ
6 ເລື່ອງຮູບຖ່າຍ Wedding 2024 : ຫຼາຍຄົນປະນາມຕ່າງໆນາໆວ່າກຽມແຜ່ນລ່ວງໜ້ານູ່ນນັ້ນນິ ບໍ່ມີມູນຄວາມຈິງເລິຍ ເຫດການມື້ນັ້ນຄື ຖືກຊ່ວງຂື້ນເຮືອນໃໝ່ ໃຫມ່ ເອງ ເລີຍຢາກປີ່ນຮູບຕິກຝາເຮືອນ ພໍດີເໝາະດຈາະຖືກເທນຊ່ວງຄົນໃຊ້ຊຸດຫຼວງພະບາງໂດຍໃຊ້ AI ໃຫມ່ ກໍໃຊ້ກໍຫລີ້ນໂຊຊຽວຄືຄົນປົກກະຕິທົ່ວໄປ ເຫັນວ່າຮູບງາມດີເລີຍໄປປີ່ນມາໄວ້ ແລະ ອີກ 2 ຮູບກະຄືຮູບ ພໍ່ກັບແມ່ໄຫມເອງ ຕາມແປະຮູບໄວ້ທາງລູ່ມ ( ຫຼາຍຄົນກໍຈະດາມ່າອິກວ່າຄືບໍ່ແປະຮູບໂຕນັ້ນຮູບນັ້ນຢູ່ ທລສ ອີກເຄື່ອງທີ່ເພໄປແລ້ວ ເລີຍບໍ່ສາມາດກູ້ຄືນມາໄດ້ ຮູບມີ່ແຂວນຝາຄືອີກຮູບທີ່ຍືນຍັນຊັດເຈນ )
ໃຫມ່ມີບ້ານມີລົດເປັນຂອງໂຕເອງ ບໍ່ໄດ້ໃຊ້ສັບສົມບັກຂອງໃຜທັ້ງນັ້ນ ສຸດທ້າຍນີ້ ຂອບໃຈຄົນທີ່ຍັງຖ້າຟັງຄວາມຈິງຈາກເຮົາ ແລະ ຄົນທີ່ຍັງເຊື່ອໃນຕົວເຮົາ ຄືທີ່ທຸກຄົນບອກຄວາມຈິງຄືສິງບໍ່ຕາຍ ແລະ ນີ້ຄືໃນມຸມຂອງໃຫມ່ ເອງ ລະກະຂໍໂທດທີ່ເຮັດໃຫ້ທຸກຄົນຂຸນເຄືອງເຂົ້າໃຈຜິດ ຫວັງວ່າໂພດນີ່ຈະຊ່ວຍຄີຄາຍຫຼາຍປະເດັ່ນທີ່ເຂົ້າໃຈຜິດ

ການ ທີ່ມີໃຜຫລາຍໆດ່າ ເວົ້າໃສ່ຕ່າງໆນາໆ ແລະໃສ່ຮ້າຍປ້າຍສີຢາກໃຫ້ຂ້ອຍ ເປັນຄົນແບບນັ້ນແບບນີ້ຫຼືໄປເຖິງຂັ້ນ ຂຕກ ເຊິງບາງຄົນ ຮູ້ຄວາມຈິງຢູ່ແລ້ວແຕ່ພຽງເວົ້າມ່ວນປາກລະຖ້າຂ້ອຍບໍ່ໄດ້ເຮັດຫຍັງຜິດມື້ຫນຶ່ງພວກເຈົ້າຮູ້ພວກເຈົ້າກໍ່ຈະຍັງຮູ້ສຶກ ເສຍໃຈບໍ່ທີ່ຢາກໃຫ້ຄົນທີ່ບໍ່ໄດ້ເຮັດຫຍັງບໍ່ດີຫຼືຊົ່ວຮ້າຍແຕ່ເປັນພຽງແຟນໃໝ່ຂອງລາວ ຊຶ້ງບາງຄົນນີ້ຮູ້ດີເລີຍ ແຕ່ກໍ່ຍັງສ້າງເລື້ອງມາເວົ້າໃສ່ ຂ້ອຍບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງ ແຕ່ພຽງພວກເຈົ້າບໍ່ຖືກໃຈແລ້ວ ມາລົງຄວາມຜິດທີ່ຂ້ອຍ ຂ້ອຍເຫັນແລ້ວຂ້ອຍກໍ່ຕົກໃຈແລະເປັນຕາຢ້ານກັບຄຳເວົ້າຂອງຫລາຍໆ ຄົນວ່າສາມາດຢາກໃຫ້ຄົນທີ່ບໍ່ຮູ້ເລື່ອງ ຫຼື ຜິດແທ້ໆ ມາມີສ່ວນຮວມໃຫ້ໄດ້ບໍ່ ຂ້ອຍບໍ່ຂໍໃຫ້ໃຜເຊຶ່ອເດີ ແຕ່ຂ້ອຍກໍ່ຍິ້ມແຫ້ງທີ່ ເຫັນທຸກຄົນພ້ອມກັນໃສ່ຮ້າຍເວົ້າໃສ່ທັ້ງໆທີ່ຄວາມຈິງເປັນແບບໃດ ກາບໍ່ຍອມຮັບມັນແຕ່ເລືອກຢາກທຳລາຍຊີວີດຄົນໆຫນຶ່ງ
