ລັດຖະບານລາວຢືນຢັນຄວາມພ້ອມ ກຽມຫລຸດພົ້ນຈາກປະເທດດ້ອຍພັດທະນາໃນເດືອນ 11/2026

—————–
ລັດຖະບານລາວ ຢືນຢັນຄວາມພ້ອມຢ່າງເຕັມທີ່ ສຳລັບການຫຼຸດພົ້ນອອກຈາກສະຖານະ ປະເທດດ້ອຍພັດທະນາ (LDC) ທີ່ກຳນົດຈະເກີດຂຶ້ນໃນເດືອນພະຈິກ 2026 ນີ້, ໂດຍເນັ້ນໜັກເຖິງການສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດ ແລະ ການຫັນປ່ຽນທີ່ຍືນຍົງ.
ການປະກາດດັ່ງກ່າວມີຂຶ້ນໃນການຖະແຫຼງຂ່າວ ຮ່ວມກັນລະຫວ່າງ ກະຊວງການເງິນ ແລະ ໂຄງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນນະຄອນຫຼວງວຽງຈັນ ເມື່ອວັນທີ 6 ພະຈິກຜ່ານມາ ເພື່ອກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມໂຕະມົນປະຈຳປີ 2026 ທີ່ຈະຈັດຂຶ້ນໃນວັນທີ 19 ພະຈິກ. ງານດັ່ງກ່າວເປັນປະທານຮ່ວມໂດຍ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ Ayshanie Medagangoda-Labe, ຜູ້ຕາງໜ້າ UNDP ປະຈຳລາວ, ໂດຍມີຜູ້ຕາງໜ້າຈາກຄະນະທູດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໂຕະມົນໃນປີນີ້ ຈະສຸມໃສ່ຫົວຂໍ້: “ການໃຫ້ບູລິມະສິດການຈັດສັນງົບປະມານ ຍຸດທະສາດສຳລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສົກປີ 2027 ເພື່ອຮັບປະກັນ ການຫຼຸດພົ້ນອອກຈາກສະຖານະພາບ LDC ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.” ກອງປະຊຸມຄັ້ງນີ້ ຈະເປັນເວທີເຕົ້າໂຮມຜູ້ຕາງໜ້າຈາກທຸກພາກສ່ວນ ເພື່ອຮ່ວມກັນປຶກສາຫາລືກ່ຽວກັບບູລິມະສິດການພັດທະນາ ແລະ ຄວາມຕ້ອງການດ້ານທຶນຮອນ.
ທ່ານ ສຸລິວັດ ສຸວັນນະຈູມຄຳ ກ່າວວ່າ ກອງປະຊຸມປີ 2026 ມີຄວາມສຳຄັນເປັນພິເສດ ເພາະເປັນຊ່ວງກ່ອນການຫຼຸດພົ້ນຈາກ LDC ແລະ ກົງກັບປີທຳອິດ ຂອງການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10. ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ ເຖິງແມ່ນລາວ ຈະປະເຊີນກັບສິ່ງທ້າທາຍ ຈາກເສດຖະກິດໂລກ ແລະ ໄພທຳມະຊາດ, ແຕ່ລັດຖະບານກໍສາມາດຮັກສາສະຖຽນລະພາບທາງເສດຖະກິດມະຫາພາກໄວ້ໄດ້, ໂດຍຄວບຄຸມອັດຕາເງິນເຟີ້ສະເລ່ຍໃຫ້ຢູ່ທີ່ 7.8%.
ດ້ານ ທ່ານນາງ Ayshanie Medagangoda-Labe ໄດ້ສະແດງຄວາມຍິນດີນຳລັດຖະບານລາວ ແລະ ຢືນຢັນການສະໜັບສະໜູນຈາກ UNDP ໃນຂະບວນການນີ້ ເຊິ່ງຂະບວນການໂຕະມົນ ຍັງຄົງເປັນເວທີສຳຄັນ ໃນການລະດົມທຶນ ແລະ ສ້າງຄວາມຮ່ວມມື ເພື່ອຮັບປະກັນວ່າການຊ່ວຍເຫຼືອດ້ານການພັດທະນາ ຈະນຳໄປສູ່ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຢ່າງແທ້ຈິງ.